DMAS Center
Universal Design = Access For All
29/01/2026
ສູນພວກເຮົາຮູ້ສຶກເປັນກຽດ ແລະ ຍິນດີຕ້ອນຮັບ ຄະນະບໍລິຫານງານ ແລະ ຄູອາຈານ ຈາກໂຮງຮຽນ ວິຊາຊີບຄົນພິການສີເກີດ ທີ່ໄດ້ມາຢ້ຽມຢາມ, ແລກປ່ຽນ ແລະ ປຶກສາຫາລືໃນການຮ່ວມມື ໃນການຊ່ວຍເຫຼືອເຊິ່ງກັນແລະກັນ ກ່ຽວກັບວຽກງານການພັດທະນາຄົນພິການໃນອະນາຄົດ. ໂຮງຮຽນວິຊາຊີບຄົນພິການສີເກີດ ເປັນໂຮງຮຽນແຫ່ງທຳອິດທີ່ສອນວິຊາຊີບໃຫ້ກັບຜູ້ທີ່ມີຄວາມພິການທາງດ້ານຮ່າງກາຍ ແລະເປັນແຫ່ງດຽວໃນ ສປປ ລາວ. ເຊິ່ງການລົງມາແລກປ່ຽນຄັ້ງນີ້ພວກເຮົາຕີລາຄາສູງໃນການທີ່ຈະຮ່ວມມືກັນອະນາຄົດ.
08/12/2025
ເປັນອີກໜຶ່ງພາລະກິດທີ່ສຳຄັນໃນໄລຍະທ້າຍປີ 2025 ທີ່ຄະນະສູນ DMAS & DIDA ໄດ້ເຂົ້າຮ່ວມການສຳມະນາໃນລະດັບພາກພື້ນ ໃນຫົວຂໍ້ Consultation on Promoting the Rights to a safe, Clean, Healthy and Sustainable Environment of Persons with Disabilities in ASEAN ເຊິ່ງຈັດຂື້ນຢູ່ທີ່ ບາງກອກ, ປະເທດໄທ ຄັງວັນທີ 8-9 ທັນວາ, 2025 ເຊີ່ງມີຫຼາຍພາກສ່ວນເຂົ້າຮ່ວມ ໂດຍເນັ້ນວຽກງານການມີສ່ວນຮ່ວມຂອງຄົນພິການ ແລະ ການຮ່ວມມືກັນໃນອະນາຄົດໃນພາກພື້ນອາຊ່ຽນ.
Contact the practice
Telephone
Website
Opening Hours
| Monday | 08:00 - 17:00 |
| Tuesday | 08:00 - 17:00 |
| Wednesday | 08:00 - 17:00 |
| Thursday | 08:00 - 17:00 |
| Friday | 08:00 - 17:00 |