SME Review

SME Review

Share

This is a shared page of news from Lao newspapers and about Laos and work from other sources.

Photos from SME Review's post 06/05/2026

ກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2025 ທະນາຄານ ຮ່ວມພັດທະນາ ມະຫາຊົນ
--------------------------
ໃນຕອນເຊົ້າ ວັນທີ 29 ເມສາ 2026 ຜ່ານມາ, ທະນາຄານຮ່ວມພັດທະນາ ມະຫາຊົນ, ໄດ້ເປີດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2025 ໂດຍການເປັນປະທານຂອງ ທ່ານ ວິໄລ ສີພະພອນ, ປະທານສະພາບໍລິຫານ ທະນາຄານ ຮ່ວມພັດທະນາ ມະຫາຊົນ, ມີສະມາຊິກພາບໍລິຫານ,​ ຄະນະອໍານວຍການ, ຕາງໜ້າສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກ ຊັບລາວ, ຕາງໜ້າບໍລິສັດກວດສອບບັນຊີພາຍນອກ ແລະ ຜູ້ຖືຮຸ້ນ.
ໃນກອງປະຊຸມ, ມີຜູ້ຖືຮຸ້ນເຂົ້າຮ່ວມດ້ວຍຕົນເອງ 50 ທ່ານ ເຊິ່ງລວມເປັນຈຳນວນຮຸ້ນ 658,184,634 ຮຸ້ນ ຫຼື ເທົ່າກັບ 87.758 % ຂອງຈຳນວນຮຸ້ນທັງໝົດ; ມີຜູ້ຖືຮຸ້ນທີ່ໄດ້ມອບສິດ 1 ທ່ານ ຊຶ່ງລວມເປັນຈໍານວນຮຸ້ນ 30,359,975 ຮຸ້ນ ຫຼື ເທົ່າກັບ 4.048%; ມີຜູ້ເຂົ້າຮ່ວມທາງອອນລາຍຈຳນວນ 308 ຄົນ ເຊິ່ງລວມເປັນຈຳນວນຮຸ້ນ 14,357,091 ຮຸ້ນ ຫຼື ເທົ່າກັບ 1.941%.
ລວມອົງປະຊຸມທັງໝົດມີຜູ້ຖືຮຸ້ນເຂົ້າຮ່ວມ 359 ຄົນ ເຊິ່ງລວມເປັນຈຳນວນຮຸ້ນ 702,901,700 ຮຸ້ນ, ຫຼື ເທົ່າກັບ 93.720% ຈາກຜູ້ຖືຮຸ້ນທີ່ມີທັງໝົດ 2,054 ຄົນ. ຊຶ່ງລວມເປັນຈໍານວນຮຸ້ນ 750,000,000 ຮຸ້ນ. ສໍາລັບຮຸ້ນທີ່ບໍ່ໄດ້ເຂົ້າຮ່ວມກອງປະຊຸມ ມີຈໍານວນ 47,098,300 ຮຸ້ນ ເທົ່າກັບ 6.28 % ຂອງຈໍານວນຮຸ້ນ ທຄຮ ທັງໝົດ.
ໃນພິທີ, ທ່ານ ວິໄລ ສີພະພອນ, ປະທານສະພາບໍລິຫານ ທຄຮ ໄດ້ກ່າວຕ້ອນຮັບ ແລະ ກ່າວເປີດກອງປະຊູມຢ່າງເປັນທາງການ, ຈາກນັ້ນ ທ່ານ ສາຄອນ ຍໍພັນໄຊ, ຜູ້ອໍານວຍການ ທຄຮ ກໍໄດ້ດໍາເນີນວາລະກອງປະຊຸມ ເຊິ່ງລວມມີ 10 ວາລະ ດັ່ງນີ້:
- ວາລະທີ 1: ພິຈາລະນາ ແລະ ຮັບຮອງເອົາ ບົດບັນທຶກກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2024;
- ວາລະທີ 2: ພິຈາລະນາ ແລະ ຮັບຮອງເອົາ ແຜນເພີ່ມທຶນຈົດທະບຽນ ໂດຍການນໍາໃຊ້ສ່ວນເພີ່ມມູນຄ່າຮຸ້ນ (Share Premium) ເພື່ອອອກຮຸ້ນລາງວັນ (Bonus Issue) ໃຫ້ແກ່ຜຸ້ຖືຮຸ້ນເດີມ;
- ວາລະທີ 3: ພິຈາລະນາ ແລະ ຮັບຮອງເອົາ ຜົນການດໍາເນີນງານ ແລະ ບົດລາຍງານຖານະການເງິນ ປະຈໍາປີ 2025;
- ວາລະທີ 4: ພິຈາະນາ ແລະ ຮັບຮອງເອົາ ແຜນການດໍາເນີນທຸລະກິດ ປີ 2026;
- ວາລະທີ 5: ພິຈາລະນາ ແລະ ຮັບຮອງເອົາ ການລົງທຶນໃນກອງທຶນສ່ວນບຸກຄົນ;
- ວາລະທີ 6: ພິຈາລະນາ ແລະ ຮັບຮອງເອົາ ການຮ່ວມທຶນສ້າງຕັ້ງບໍລິສັດລາວ ບໍລິຫານຊັບສິນ ຈໍາກັດ (Lao Asset Management Company);
- ວາລະທີ 7: ພິຈາລະນາ ແລະ ຮັບຮອງເອົາ ແຜນການຈ່າຍເງິນປັນຜົນ ປະຈໍາປີ 2025 ຂອງ ທຄຮ;
- ວາລະທີ 8: ພິຈາລະນາ ແລະ ຮັບຮອງເອົາ ການແຕ່ງຕັ້ງບໍລິສັດກວດສອບບັນຊີພາຍນອກ ປີ 2026;
- ວາລະທີ 9: ພິຈາລະນາ ແລະ ຮັບຮອງເອົາ ການປັບປຸງໂຄງຮ່າງການຈັດຕັ້ງ ຂອງ ທຄຮ;
- ວາລະທີ 10: ພິຈາລະນາ ແລະ ຮັບຮອງເອົາ ກົດລະບຽບຂອງ ທຄຮ (ສະບັບປັບປຸງ).
ກອງປະຊຸມໄດ້ດໍາເນີນວາລະຢ່າງຄົບຖ້ວນ ຊຶ່ງໄດ້ພິຈາລະນາ ແລະ ຮັບຮອງເອົາ ທັງໝົດ 10 ວາລະ ແລະ ກອງປະຊຸມ ໄດ້ມີມະຕິຮັບຮອງດ້ວຍຄະແນນສຽງສ່ວນຫຼາຍຂອງຜູ້ຖືຮຸ້ນທີ່ເຂົ້າຮ່ວມ. ໃນນັ້ນ, ກອງປະຊຸມໄດ້ຮັບຮອງເອົາແຜນການ ຈ່າຍເງິນປັນຜົນ ປະຈຳປີ 2025 ຂອງ ທຄຮ ຄື: ຈ່າຍເງິນປັນຜົນ 800 ກີບ/ຮຸ້ນ, ລວມມູນຄ່າເງິນປັນຜົນທັງໝົດ 600,000,000,000 ກີບ ໂດຍໄດ້ກໍານົດມື້ຈ່າຍເງິນປັນຜົນ ແມ່ນວັນທີ 25 ພຶດສະພາ 2026.
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ວິໄລ ສີພະພອນ, ປະທານສະພາບໍລິຫານ ທຄຮ ກໍໄດ້ກ່າວປິດກອງປະຊຸມຢ່າງເປັນ ທາງການ, ພ້ອມທັງໄດ້ອວຍໄຊໃຫ້ພອນແດ່ຜູ້ເຂົ້າຮ່ວມກອງປະຊຸມຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນທຸລະກິດ ຂອງຕົນ ໃຫ້ມີການຂະຫຍາຍຕົວຍິ່ງໆຂຶ້ນໄປ ຕາມຄໍາຂວັນຂອງທະນາຄານຮ່ວມພັດທະນາ ມະຫາຊົນ ກໍຄື “ເຕີບໃຫຍ່ໄປພ້ອມກັນ”.

Photos from SME Review's post 31/03/2026

ລັດຖະບານ ຊຸດທີ X "ເດັດດ່ຽວແກ້ໄຂສະພາບເວົ້າຫຼາຍເຮັດໜ້ອຍ" ມຸ່ງໜ້າຮັບໃຊ້ປະຊາຊົນ
.............

ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ວ່າດ້ວຍການຮັບຮອງເອົາການເລືອກຕັ້ງນາຍົກລັດຖະມົນຕີ, ໂຄງປະກອບກົງຈັກລັດຖະບານ, ການແຕ່ງຕັ້ງຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ, ໃນຕອນເຊົ້າ ວັນທີ 30 ມີນານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ເປີດກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະລັດຖະບານ ຊຸດທີ X ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງຄົບຖ້ວນ.

ກອງປະຊຸມຄັ້ງນີ້, ດໍາເນີນເປັນເວລາ 1 ວັນເຄິ່ງ ໂດຍຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:

ຮ່າງແຜນດໍາເນີນງານຂອງລັດຖະບານຊຸດທີ X (2026-2030);

ຮ່າງລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານຊຸດທີ X;

ຮ່າງຂໍ້ຕົກລົງ ວ່າດ້ວຍແບ່ງຄວາມຮັບຜິດຊອບ ຂອງທ່ານນາຍົກ-ຮອງນາຍົກລັດຖະມົນຕີ;

ຮ່າງຂໍ້ຕົກລົງແບ່ງຄວາມຮັບຜິດຊອບໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງລົງຊ່ວຍນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ;

ບັນຊີໂຄງການລະດັບຊາດໄລຍະ 5 ປີ (2026-2030) ທີ່ດຶງດູດການລົງທຶນຈາກພາກເອກະຊົນ;

ແຜນຜັນຂະຫຍາຍການປະຕິບັດນະໂຍບາຍ ແລະ ມາດຕະການສົ່ງເສີມລົດໄຟຟ້າ (EV) ກໍຄືການນໍາໃຊ້ພະລັງງານທາງເລືອກອື່ນໆຢູ່ ສປປ ລາວ;

ບັນຊີໂຄງການລະດັບຊາດທີ່ເປັນການລົງທຶນຂອງລັດ.

ກອງປະຊຸມ ໄດ້ເປີດຂຶ້ນໃນທ່າມກາງບັນຍາກາດ ທີ່ສະພາບແວດລ້ອມພາກພື້ນ ແລະ ສາກົນຍັງສືບຕໍ່ຜັນແປຢ່າງສັບສົນໂດຍສະເພາະຂໍ້ຂັດແຍ່ງຂອງບັນດາປະເທດໃຫຍ່ ແລະ ບັນດາປະເທດຕາເວັນອອກກາງ ເຮັດໃຫ້ມີຜົນກະທົບໂດຍກົງຕໍ່ການສະໜອງ ແລະ ລາຄານໍ້າມັນເຊື້ອໄຟຂອງປະເທດເຮົາ, ຊຶ່ງໝາຍຄວາມວ່າ ລັດຖະບານ ຊຸດທີ X ໄດ້ເລີ່ມຕົ້ນການປະຕິບັດໜ້າທີ່ ໃນສະພາບແວດລ້ອມທີ່ເຄັ່ງຮ້ອນ ແລະ ສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນ: ຄວາມໝັ້ນຄົງທາງດ້ານພະລັງງານ; ການຫັນເປັນດີຈີຕອນ ແລະ ຊັບພະຍາກອນມະນຸດ; ການບໍລິຫານ ແລະ ກົນໄກຈຳນວນໜຶ່ງ ທີ່ຍັງອຸດຕັນການຈັດຕັ້ງປະຕິບັດແນວ ທາງຂອງພັກ-ລັດ ກໍຄືບັນດາມະຕິ, ຄໍາສັ່ງ ແລະ ແຈ້ງການຂອງລັດຖະບານ ບໍ່ມີປະສິດທິຜົນເທົ່າທີ່ຄວນ; ໄພພິບັດທໍາມະຊາດ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ອື່ນໆ. ດ້ວຍເຫດນັ້ນ ສະມາຊິກລັດຖະບານ ຊຸດທີ X ຕ້ອງໄດ້ຮ່ວມແຮງຮ່ວມໃຈກັນປະຕິບັດໜ້າທີ່ ໃນພາລະກິດທີ່ຖືກມອບໝາຍຈາກປະຊາຊົນລາວບັນດາເຜົ່າ ໂດຍປະຕິບັດຕາມທິດຊີ້ນໍາ ຂອງສະຫາຍ ເລຂາທິການໃຫຍ່ ຄື: ສ້າງລັດຖະບານຊຸດທີ X ຫັນເຂົ້າສູ່ “ການເວົ້າໃຫ້ໄປສູ່ການກະທໍາຕົວຈິງ”, ຕ້ອງເດັດດ່ຽວແກ້ໄຂສະພາບ “ເວົ້າຫຼາຍເຮັດໜ້ອຍ ຫຼື ບໍ່ເຮັດ, ເວົ້າມີວາທະສິນຈົບງາມ, ເປັນຕາຟັງ ແຕ່ເຮັດຫຍັງບໍ່ໄດ້ ຫຼື ບໍ່ໄດ້ເຮັດຫຍັງອອກມາໃຫ້ເປັນຜົນໄດ້ຮັບ ຫຼື ເກີດຜົນທີ່ສາມາດຈັບຕ້ອງໄດ້...”; ເປັນເຈົ້າການຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ບັນດາມະຕິຂອງສະພາແຫ່ງຊາດ ວາງອອກດ້ວຍຄວາມຮັບຜິດຊອບສູງ.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະບານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ແທດກັບສະພາບຄວາມເປັນຈິງ ຂອງແຕ່ລະບັນຫາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ບັນລຸຕາມຄາດໝາຍທີ່ວາງໄວ້. ພິເສດ ກອງປະຊຸມຄັ້ງນີ້ ຍັງຈະໄດ້ຮັບຟັງການໂອ້ລົມ ຈາກສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ເພື່ອເປັນເຂັມຊີ້ທິດເຍືອງທາງ, ເປັນກໍາລັງໃຈ ໃຫ້ແກ່ລັດຖະບານຊຸດໃໝ່.

(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

Want your business to be the top-listed Media Company in Vientiane?
Click here to claim your Sponsored Listing.

Telephone

Address

10100
Vientiane