PAKA-Participatory Development Knowledge Agency

PAKA-Participatory Development Knowledge Agency

Share

A Non-Profit Learning Organization aiming to promote sustainable development through active learning.

Photos from PAKA-Participatory Development Knowledge Agency's post 28/05/2026

ພາບບັນຍາກາດການຝຶກອົບຮົມ ຫົວຂໍ້ “ພາວະຄວາມເປັນຜູ້ນຳ” ຂອງນ້ອງໆ ນັກພັດທະນາຊຸມຊົນແບບມີສ່ວນຮ່ວມ ຊຸດທີ 12.

“ພາວະຄວາມເປັນຜູ້ນຳ” ແມ່ນອີກໜຶ່ງທັກສະສຳຄັນ ສຳລັບໄວໜຸ່ມໃນປັດຈຸບັນ
ເພາະຜູ້ນຳ ບໍ່ໄດ້ໝາຍເຖິງພຽງການເປັນຄົນນຳຄົນອື່ນ ແຕ່ໝາຍເຖິງການຮູ້ຈັກຄິດ, ກ້າຕັດສິນໃຈ, ຮັບຟັງຄົນອື່ນ, ເຮັດວຽກຮ່ວມກັນ ແລະ ກ້າລົງມືສ້າງການປ່ຽນແປງທີ່ດີໃນສັງຄົມ.

ການສ້າງພື້ນທີ່ໃຫ້ໄວໜຸ່ມໄດ້ຮຽນຮູ້ ແລະ ຝຶກຝົນທັກສະຄວາມເປັນຜູ້ນຳ ເປັນເລື່ອງສຳຄັນ ເພາະໄວໜຸ່ມຄືພະລັງສຳຄັນໃນການຂັບເຄື່ອນຊຸມຊົນ ແລະ ສັງຄົມໃນອະນາຄົດ

#ນັກພັດທະນາຊຸມຊົນຊຸດ12

24/05/2026

🧴🌍 “Micro Plastic” ອາດເປັນສິ່ງນ້ອຍໆ ທີ່ພວກເຮົາເບິ່ງບໍ່ເຫັນ
ແຕ່ມັນກຳລັງເຂົ້າໃກ້ຊີວິດຂອງພວກເຮົາ ຜ່ານນ້ຳ, ອາຫານ ແລະ ສິ່ງແວດລ້ອມອ້ອມໂຕໂດຍທີ່ຫຼາຍຄົນອາດບໍ່ຮູ້ຕົວ.

ວິດີໂອນີ້ແມ່ນອີກໜຶ່ງຜົນງານຂອງ ນ້ອງໆນັກພັດທະນາຊຸມຊົນແບບມີສ່ວນຮ່ວມ ຊຸດທີ 12 ທີ່ຕັ້ງໃຈສົ່ງສານເພື່ອ ໃຫ້ສັງຄົມໄດ້ເຫັນເຖິງຜົນກະທົບຂອງ Micro Plastic ທີ່ມີຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ 🌱ເພາະການປ່ຽນແປງ ເລີ່ມຈາກການຮູ້ທັນ ແລະ ການລົງມືເຮັດຂອງພວກເຮົາເອງ ♻️

📌 “ການຜະລິດສື່ເພື່ອການພັດທະນາ”
ເປັນ 1 ໃນ 15 ຫົວຂໍ້ການຝຶກອົບຮົມ ຂອງສູນພັດທະນາການຮຽນຮູ້ແບບມີສ່ວນຮ່ວມ (ສຮຮ) ທີ່ຈັດຂຶ້ນເພື່ອເສີມສ້າງທັກສະໃຫ້ໄວໜຸ່ມ ໂດຍເຫັນຄວາມສຳຄັນວ່າ ສື່ ເປັນສິ່ງທີ່ຢູ່ໃກ້ຊິດກັບຄົນໃນສັງຄົມປັດຈຸບັນ

ຜ່ານການຝຶກນີ້ ໄວໜຸ່ມສາມາດນຳທັກສະການຜະລິດສື່ໄປປັບໃຊ້ໄດ້ທັງ
👉 ການສ້າງລາຍຮັບໃຫ້ຕົນເອງ
👉 ແລະ ການຜະລິດສື່ເພື່ອສົ່ງເສີມການພັດທະນາຊຸມຊົນ

ໃນຫົວຂໍ້ນີ້ ນ້ອງໆໄດ້ຮຽນຮູ້ກ່ຽວກັບ
• ຄວາມໝາຍ, ປະເພດ ແລະ ຄວາມສຳຄັນຂອງສື່
• ເຕັກນິກການຖ່າຍພາບ ແລະ ການຖ່າຍວິດີໂອ
• ພື້ນຖານການສ້າງເລື່ອງສັ້ນ ແລະ story board
• ການຖ່າຍທຳ, ການຕັດຕໍ່ ແລະ ອື່ນໆ

ການຝຶກຍັງເນັ້ນໃຫ້ນຳໃຊ້ເຄື່ອງມືທີ່ນ້ອງໆມີຢູ່ແລ້ວ ເຊັ່ນ ໂທລະສັບມືຖື (Smartphone) ພ້ອມກັບການແນະນຳແອັບພລິເຄຊັນຕ່າງໆ ເພື່ອໃຫ້ການສ້າງສື່ເປັນເລື່ອງໃກ້ຕົວ ແລະ ທຸກຄົນສາມາດເຮັດໄດ້ 💡📲

Photos from PAKA-Participatory Development Knowledge Agency's post 16/05/2026

Sabaidee project let by the young dynamics students of the NUS is begin since Monday and now at Sakai primary school, Sangthong district.

PAKA is proud to be part of and very pleased to facilitate this meaningful project that will contribute to educational benefits for Lao boys and girls of the Sakai primary school.

Sure, special thanks to Prof Jinlu and his students team🙏🏻 PAKA looks forward to more opportunities to work together.

15/04/2026

ແບບຟອມອອນລາຍ ໂຄງການ CLYLP ເປີດໃຫ້ສະໝັກແລ້ວມື້ນີ້ ຈົນເຖິງ 31 ພຶດສະພາ✨🤩

Applications for CLYLP 2026 are now open! ✨🎉
Are you working in a Civil Society Organisation (CSO), Non-Governmental Organisation (NGO), or Social Enterprise in Cambodia or Laos? Ready to grow your leadership and drive change in your community?
The Cambodia Laos Young Leaders Programme (CLYLP) is now accepting applications for 2026 cohort! This a fully funded programme offering young leaders the chance to explore fresh approaches to sustainable development in both their home country 🇱🇦 🇰🇭 and Aotearoa New Zealand 🇳🇿.
Each participant will identify a development challenge in their community, craft a research question, and design a participatory action project to address it.
🗓️ Deadline: 31st May 2026
🔗 Apply now via tinyurl.com/CLYLP-NewZealand

Want your organization to be the top-listed Non Profit Organization in Vientiane?
Click here to claim your Sponsored Listing.

Website

Address


Phontong Chommany Village
Vientiane