NLP Power Coach
NLP POWER COACH ແມ່ນເຄື່ອງມືແລະຫຼັກວິຊາ ເປັນ?
06/07/2020
ການສື່ສານຂອງເຈົ້າຊັດເຈນບໍ ? ຫຼັງຈາກອ່ານໂພດສນີ້ເຈົ້າຈະໄດ້ຮຽນຮູ້ 2 ວິທີສື່ສານຢ່າງມີປະສິດທິພາບ ຈະຊ່ວຍໃຫ້ເຈົ້າສ້າງມິດຕະພາບ ແລະ ເຂົ້າໃຈກາ...
28/06/2020
ວິທີກ້າວຂ້າມຄວາມຢ້ານ!
ໜຶ່ງໃນສາເຫດທີເຮັດໃຫ້ຄົນຢຸດບໍ່ກ້າວໄປຂ້າງໜ້າຄື: ເຮົາຢ້ານສູນເສຍ ສະນັ້ນເຮົາຈຶ່ງບໍ່ປ່ຽນເເປງ, ຢ້ານສູນເສຍຄວາມສະບາຍ ສູນເສຍສິ່ງທີຕົນເອງມັກ ສູນເສຍຄົນທີເຄີຍພົວພັນ ສູນເສຍອາຊີບເກົ່າ.
“ເມື່ອເຮົາຕ້ອງການຢາກໄດ້ສິ່ງໃໝ່ ການລົ້ມເລີກສິ່ງເກົ່າ, ລົ້ມເລີກສິ່ງທີຜິດໆນັ້ນສໍາຄັນເທົ່າກັບສິ່ງໃໝ່ທີເຈົ້າຕ້ອງການຢາກໄດ້.“
ລອງຖາມຕົວເອງເບິ່ງ: ຊີວິດຂ້ອຍຈະເປັນເເນວໃດຫຼັງຈາກຂ້ອຍລົ້ມເລີກສິ່ງເກົ່າ ແລະ ໄດ້ຮັບສິ່ງໃໝ່ ?
ການຈິນຕະນາການເຖິງອານາຄົດສາມາດເຮັດໃຫ້ເຮົາຮູ້ວ່າເຮົາຈະໄດ້ຫຍັງຫຼັງຈາກເຮົາສໍາເລັດ ? ແທນທີຈະຈົດຈໍ່ໃສ່ເເຕ່ສິ່ງທີຈະສູນເສຍໃນຕອນນີ້.
ຂ້ອຍຍັງຈື່ໄດ້ວ່າຕອນຂ້ອຍຕ້ອງການຈະລົ້ມເລີກການຮຽນໃນມະຫາໄລເພື່ອເປີດທຸລະກິດໄມ້ເປັນຂອງຕົນເອງ, ຂ້ອຍຮູ້ສຶກຢ້ານທີຈະອອກມາ, ຂ້ອຍຢ້ານສູນເສຍເວລາ ແລະ ຕົ້ນທຶນ, ຢ້ານສູນເສຍໃບປະກາດ ແລະ ອາຊີບທີໝັ້ນຄົງ, ຢ້ານທີຈະເຮັດສິ່ງຍາກໆດ້ວຍຕົວເອງທັງໝົດ. ໂອເຄນັ້ນແມ່ນສິ່ງທີຂ້ອຍສູນເສຍ ເເຕ່ໃນດ້ານນີ້ຂ້ອຍຈະໄດ້ຮັບອິດສະຫຼະພາບເມື່ອຂ້ອຍສໍາເລັດ ຂ້ອຍຈະໄດ້ຮັບເງິນຫຼາຍກວ່າການເຮັດວຽກທີໝັ້ນຄົງ ແລະ ໄດ້ປະສົບການຫຼາຍກວ່າ.
ເມື່ອເຈົ້າໃຫ້ຄວາມສໍາຄັນກັບສິ່ງທີເຈົ້າຈະໄດ້ຮັບໃນອານາຄົດ ແລະ ສິ່ງທີຈະເປັນປະໂຫຍດໃນໄລຍະຍາວ. ແປັ່ງ! ເມື່ອນັ້ນເເຫຼະ! ເຈົ້າຈະກ້າວໄປຂ້າງໜ້າ.
Click here to claim your Sponsored Listing.
Category
Website
Address
Vientiane