Law and Development Partnership

Law and Development Partnership

Share

LDP ເປັນວິສາຫະກິດກົດໝາຍ ໂດຍທະນາຍຄວາມ

29/09/2025

ທັດສະນະທາງດ້ານຫລັກການ ແລະ ແນວທາງປະຕິບັດຂອງທະນາຍຄວາມ ກ່ຽວກັບການວ່າຄວາມຄະດີອາຍາ ທີ່ຕ້ອງຍຶດຖື ແລະ ປະຕິບັດ ເປັນປົກກະຕິ ເພື່ອຄວາມຍຸຕິທຳທາງອາຍາ ມີດັ່ງນີ້:

1. #ຫລັກການບໍ່ໃຫ້ເອົາບັນຫາທາງແພ່ງມາດຳເນີນເປັນຄະດີອາຍາ, ຂໍ້ຂັດແຍ່ງທີ່ເກີດຂຶ້ນ ມີທີ່ມາຈາກ ຂໍ້ຜູ້ພັນໃນສັນຍານຳກັນ (ສາຍພົວພັນທາງແພ່ງ) ລະຫວ່າງ ຜູ້ຮ້ອງຟ້ອງ ແລະ ຜູ້ຖືກຟ້ອງ (ເປັນລູກຄວາມ) ຫາກທະນາຍຄວາມເຫັນວ່າ ເປັນບັນຫາທາງແພ່ງ ແຕ່ອົງການສືບສວນ-ສອບສວນຫາກໄດ້ຮັບເອົາຮ້ອງຟ້ອງ ມາດຳເນີນທາງອາຍາ ນີ້ ເປັນປະເດັນທີ່ສຳຄັນ ເມື່ອມີຄວາມເຫັນບໍ່ກົງກັນ ວ່າເປັນບັນຫາທາງແພ່ງ ຫລື ອາຍາ ຫລືບໍ? ສະນັ້ນ, ຫາກອົງການສືບສວນ-ສອບສວນ ຍັງບໍ່ຢຸດເຊົາດໍາເນີນ ແລະ ບໍ່ແນະນໍາໃຫ້ຜູ້ຮ້ອງຟ້ອງ ໄປແກ້ໄຂ ຕາມລະບົບແກ້ໄຂຂໍ້ຂັດແຍ່ງທາງແພ່ງປົກກະຕິ, ການນຳພິສູດຕາມຂະບວນການຍຸຕິທຳທາງອາຍາ ຈົນສຸດທາງ ຄື ຕ້ອງມີຄຳວິນິດໄສ-ພິພາກສາຂອງສານປະຊາຊົນ ທີ່ໃຊ້ໄດ້ຢ່າງເດັດຂາດ ເທົ່ານັ້ນ, ທະນາຍຄວາມຕ້ອງມີທັດສະນະຄະຕິທີ່ຖືກຕ້ອງ ຕີບັນຫາລະຫວ່າງ ແພ່ງ ແລະ ອາຍາ ໃຫ້ແຕກ ຕ້ອງບໍ່ສະໜັບສະໜູນ ຫລືປະຕິເສດ ການເອົາບັນຫາແພ່ງມາແກ້ໄຂທາງອາຍາ;
2. #ຫລັກການນິຕິທຳ ໃນການເຄົາລົບ ແລະ ປະຕິບັດ ຕາມມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 037/ຄບສພ, ລົງວັນທີ 18 ມິຖຸນາ 2018 ວ່າດ້ວຍ ການຍົກສູງປະສິດທິພາບຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ, ຕາມມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 112 /ກມສພ, ລົງວັນທີ 02 ມິຖຸນາ 2020 ວ່າດ້ວຍການຍົກສູງຄຸນນະພາບ ການດໍາເນີນຄະດີ ຕາມຂະບວນຍຸຕິທໍາ ແລະ ຕາມລັດຖະທໍາມະນູນ ມາດຕາ 6 ແລະ ມາດຕາ 10, ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ 11, 12, 13, 14 ແລະ 15 ຢ່າງເຂັ້ມງວດ;
3. #ຫລັກການຄວາມສະເໝີພາບຕໍ່ໜ້າກົດໝາຍ ຕ້ອງສະແດງອອກດ້ວຍການ ການຮັບຮູ້ ແລະ ເຄົາລົບ ບົດບາດ ສິດ ແລະ ໜ້າທີ່ ເຊິ່ງກັນ ແລະ ກັນ ລະຫວ່າງ ທະນາຍຄວາມ ແລະ ອົງການສືບສວນ-ສອບ, ໄອຍະການ ແລະ ສານ, ອົງການສືບສວນ-ສອບສວນ ປຽບເໝືອນຕົ້ນທາງ ໃນຂະບວນການຍຸຕິທຳທາງອາຍາ ທີ່ຕ້ອງຄຳນຶງເຖິງສິດຂອງຜູ້ເຂົ້າຮ່ວມໃນການດຳເນີນຄະດີອາຍາ (ຜູ້ຖືກຮ້ອງຟ້ອງ, ຜູ້ຖືກສົງໄສ, ຜູ້ຖືກຫາ ແລະ ຈຳເລີຍ) ລວມມີ ບົດບາດຂອງທະນາຍຄວາມໃນຖານະຜູ້ໃຫ້ຄຳປຶກສາ ແລະ ວ່າຄວາມໃຫ້ຜູ້ຖືກດຳເນີນຄະດີອາຍາ ຕາມກົດໝາຍວ່າດ້ວຍທະນາຍຄວາມ ແລະ ຕາມກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບດຽວກັນ;
4. #ຫລັກການປົກປ້ອງສິດແລະຜົນປະໂຫຍດອັນຊອບທຳຂອງຜູ້ຖືກດໍາເນີນຄະດີໂດຍບໍ່ມີອະຄະຕິ (ປາສະຈາກ 4 ອະຄະຕິ) ຂອງຜູ້ດໍາເນີນຄະດີ ແລະ ຕາມກົດຈັນຍາບັນວິຊາຊີບທະນາຍຄວາມຕໍ່ລູກຄວາມ ທີ່ຕ້ອງສະແດງດ້ວຍການ ຄຳນຶງເຖິງຜົນກະທົບຕໍ່ຮູບຄະດີ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຜູ້ຖືກສົງໄສ (ຜູ້ເຂົ້າຮ່ວມໃນການດຳເນີນຄະດີອາຍາ)ຂອງອົງການດຳເນີນຄະດີ ແລະ ການຮັກສາຄວາມລັບຂໍ້ມູນຂອງລູກຄວາມ ຕາມກົດໝາຍ ໃນການເຄື່ອນໄຫວວ່າຄວາມຂອງຕົນ;
5. #ຫລັກການເຄົາລົບແລະຕ້ອງປະຕິບັດຕາມການກຳນົດທີ່ກົດໝາຍອະນຸຍາດຫລືບໍ່ອະນຸຍາດໃຫ້ກະທຳ ແລະ ບໍ່ແຊກແຊງ ບົດບາດ ເຊິ່ງກັນຢ່າງເຂັ້ມງວດ, ນີ້ກໍເປັນຫລັກການໜຶ່ງທີ່ສໍາຄັນ ຊຶ່ງສະແດງອອກ ໂດຍສະເພາະສິດຂອງທະນາຍຄວາມ ໃນນາມຜູ້ເຂົ້າຮ່ວມໃນການດຳເນີນຄະດີອາຍາ, ມີສິດໄດ້ຮັບຊາບຂໍ້ກ່າວຫາ, ສຳເນົາເອກະສານໃນສຳນວນຄະດີ ໂດຍສະເພາະຄໍາຮ້ອງຟ້ອງ, ຄໍາສັ່ງເປີດການສືບສວນ-ສອບສວນ ແລະ ຄຳສັ່ງຕ່າງໆຂອງອົງການສືບສວນ-ສອບສວນ, ຫາກອົງການດັ່ງກ່າວບໍ່ປະຕິບັດຕາມຂັ້ນຕອນຂອງການດຳເນີນຄະດີ ແລະ ບໍ່ໄດ້ຮັບການຮ່ວມມື ແລະ ໄດ້ມີການທວງຖາມ-ທວງຖາມ ຫລື ສະເໜີຫຼາຍຄັ້ງແລ້ວ ແຕ່ຍັງບໍ່ໄດ້ຮັບການແກ້ໄຂ ຫລື ບໍ່ຕອບສະໜອງ ຫລື ຖືກເມີນເສີຍ, ສະນັ້ນ ການເຮັດໜັງສືສະເໜີ ແລະ ລາຍງານ ໄປຫາພາກສ່ວນທີ່ກ່ຽວຂ້ອງໃນການບັງຄັບໃຊ້ກົດໝາຍ ເປັນຕົ້ນສາຍຕັ້ງທີ່ມີສິດອຳນາດສູງກວ່າຂອງອົງການດຳເນີນຄະດີທີ່ກຳລັງດຳເນີນຄະດີ ແລະ ອົງການກວດກາແຫ່ງລັດ ສະນັ້ນ, ເພື່ອຮັບປະກັນສິດຂອງທະນາຍຄວາມ ໃນການເຂົ້າຮ່ວມການດຳເນີນຄະດີອາຍາ ຕາມກົດໝາຍວ່າດ້ວຍທະນາຍຄວາມ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ເປັນວິທີການສະເພາະຂອງວິຊາຊີບທະນາຍຄວາມ ຕາມກົດໝາຍ ເພື່ອມີການກວດກາ ແລະ ແກ້ໄຂ ໃຫ້ຖືກຕ້ອງຕາມກົດໝາຍ ຕໍ່ໄປແລະ ຫລັກການອຶ່ນໆ ຕາມມາດຕາ 10 ຫາ 26 ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ມາດຕາ ມາດຕາ 5 ກົດໝາຍວ່າດ້ວຍທະນາຍຄວາມ

28/09/2025

ຄວາມຜິດພາດ ຄວາມເສຍຫາຍ ມີລາຄາທີ່ຕ້ອງຈ່າຍ ແລະ ຕ້ອງມີຜູ້ຮັບຜິດຊອບຕາມກົດໝາຍ

Want your practice to be the top-listed Law Practice in Vientiane?
Click here to claim your Sponsored Listing.

Website

Address


Huay Hong Village
Vientiane
HOM9

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00