SWD Social Work & Development

SWD Social Work & Development

Share

ຄິດດີ ມີວິໄນ ໄຝ່ຄວາມຮູ້ ຄູ່ສິນທຳ ນຳປັນຍາ ພັດທະນາສັງຄົມ

14/11/2025

ມາແລ້ວ ມາແລ້ວ!!!
ໂອກາດດີໆສຳລັບນ້ອງໆ ນັກສຶກສາພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ, ໂດຍສະເພາະແມ່ນປີ 3 ແລະ ປີ 4
ຂໍເຊີນນ້ອງໆເຂົ້າຮ່ວມການແຂ່ງຂັນນຳສະເໜີແຜນໂຄງການກ່ຽວກັບ”ການປົກປ້ອງສັງຄົມ”
ໂຄງການດີໆພາຍໃຕ້ການຮ່ວມມືກັບອົງການແຮງງານສາກົນ (ILO) ແລະ ການສະໜັບສະໜູນຈາກອົງການ Oxfam

Photos from SWD Social Work & Development's post 16/10/2025

📣 ໃນໄວໄວນີ້, ຈະມີການເປີດຮັບສະໝັກ ແລະ ຄັດເລືອກ ຄະນະນຳນັກສຶກສາ ພາກວິຊາ ສັງຄົມສົງເຄາະ ແລະ ການພັດທະນາ ຊຸດໃໝ່ ຮຸ່ນທີ XIV ສຳລັບສົກສຶກສາ 2025-2026

👉 ການເປັນຄະນະນຳນັກສຶກສາ ນອກຈາກຈະເປັນໂອກາດດີໃຫ້ເຮົາໄດ້ສ້າງສາຍສຳພັນກັບອາຈານພາຍໃນພາກວິຊາ, ຮຸ່ນເອື້ອຍ-ອ້າຍ ແລະ ໝູ່ເພື່ອນນັກສຶກສາຫຼາຍຂຶ້ນແລ້ວ, ຍັງເປັນການເປີດໂອກາດໃຫ້ເຮົາໄດ້ພັດທະນາຕົນເອງ ແລະ ທັກສະຕ່າງໆ ບໍ່ວ່າຈະເປັນ ດ້ານການສື່ສານ, ຄວາມຮັບຜິດຊອບ, ຄວາມເປັນຜູ້ນຳ ແລະຍັງຈະໄດ້ຮຽນຮູ້ປະສົບການອັນລ້ຳຄ່າຫຼາຍໆຢ່າງອີກດ້ວຍ.

ສຳລັບນັກສຶກສາທີ່ມີເງື່ອນໄຂ ແລະ ຄວາມສົນໃຈໃນການສະໝັກເປັນຄະນະນຳນັກສຶກສາພາຍໃນພາກວິຊາ, ສາມາດອ່ານໜ້າທີ່ພ້ອມດ້ວຍເງື່ອນໄຂຂອງແຕ່ລະຕຳແໜ່ງວຽກງານ ເພື່ອກຽມຄວາມພ້ອມໃນການຄັດເລືອກທີ່ຈະຈັດຂຶ້ນ‼️🙌

24/03/2025

📣ຂໍເຊີນຊວນບັນດາທ່ານ ລວມໄປເຖິງບັນດານັກສຶກສາ ເຂົ້າຮ່ວມງານພິທີສະເຫຼີມສະຫຼອງວັນສັງຄົມສົງເຄາະ ອາຊຽນ 2025

ພາຍໃຕ້ຫົວຂໍ້ "ບົດບາດຂອງນັກສັງຄົມສົງເຄາະ ແລະ ບຸກຄະລາກອນສັງຄົມສົງເຄາະໃນການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ກັບສະພາບດິນຟ້າອາກາດ"

📅 ວັນທີ 25 ມີນາ 2025
📍 ທີ່ ສະໂມສອນໃຫຍ່ ມຊ
🕗 ເວລາ 8:00 ເປັນຕົ້ນໄປ

#ມຊ #ສັງຄົມສົງເຄາະແລະການພັດທະນາ

20/10/2021

ໂພດນີ້
ໃຫ້ອັບຮູບຖ່າຍກັບໃບປະກາດຂອງຕົນເອງ
#ອັບໂຫຼດໃຕ້ຄອມເມັ້ນເລີຍ!

#ຜູ່ບ່າວບ້ານນອກ #ນັກສຶກສາ ສພພ ຮຽນຮູ້ນອກຫ້ອງ (ເມືອງເຟືອງ) 18/03/2021

ນັກສຶກສາສັງຄົມສົງເຄາະແລະການພັດທະນາຊຸມຊົນ ຮຸ່ນທີ 2

#ຜູ່ບ່າວບ້ານນອກ #ນັກສຶກສາ ສພພ ຮຽນຮູ້ນອກຫ້ອງ (ເມືອງເຟືອງ) ທັດສະນະສຶກສາຮຽນຮູ້ນອກຫ້ອງ ຂອງນັກສຶກສາພາກວິຊາສັງຄົມສົງເຄາະ ແລະການພັດທະນາ ຄະນະວິທະຍາສາດສັງຄົມ ມະຫາວິທະຍາ.....

08/01/2021

ເຖິງອະດີດນັກສຶກສາ ຄສຄ ໂດຍສະເພາະຜູ້ຈົບໃຫມ່ກຳລັງຊອກວຽກເຮັດ. ສົນໃຈລອງສະຫມັກເດີ.

Want your school to be the top-listed School/college in Vientiane?
Click here to claim your Sponsored Listing.

Website

Address


Vientiane