Toukta's Kitchen

Toukta's Kitchen

Share

ແບ່ງບັນສູດອາຫານແຊບໆ

24/12/2022

ລີວິວຫມໍ້ພ້ອມສົ່ງ ໃຊ້ຄັກ ຮ້ອນໄວເວີ້
5️⃣9️⃣0️⃣0️⃣0️⃣ ກີບຈາ

❌️ບໍ່ມີເກັບປາຍທາງ❌️
ໂອນກ່ອນຝາກທຸກກໍລະນີ

Photos from Toukta's Kitchen's post 26/09/2021

📢 ສະບາຍດີ ຫລັງຈາກຫ່າງຫາຍກັນໄປດົນມື້ນີ້ Toukta's Kitchen ຈະມາແບ່ງບັນວິທີເຮັດແປ້ງກ້ຽວຊ່າ ສູດຫນ້ຽວນຸ້ມ ວິທີເຮັດກໍ່ສຸດແສນຈະງ່າຍ ກ່ອນອື່ນເຮົາມາເບິ່ງວັດຖຸດິບກັນກ່ອນເລີຍ 👇👇

+ ວັດຖຸດິບ

1. ແປ້ງສາລີອະເນກປະສົງ 300g
2. ເກືອ ເຄິ່ງບ່ວງກາເຟ
3. ນໍ້າຮ້ອນ 200ml
4. ນໍ້າມັນພືດ 1ບ່ວງແກງ
5. ແປ້ງສາລີ (ສຳຫລັບໂຮຍນວນແປ້ງ)

+ ວິທີເຮັດ

1. ນໍາເອົາແປ້ງສາລີອະເນກປະສົງ ແລະ ເກືອ ປະສົມເຂົ້າກັນ .
2. ຄ່ອຍໆໃສ່ນໍ້າຮ້ອນ ແລະ ນວດແປ້ງຈົນນໍ້າຫມົດ ຫລັງຈາກນັ້ນ ຄ່ອຍໆເຕີມນໍ້າມັນແລ້ວນວດຕໍ່ຈົນແປ້ງບໍ່ຕິດມື .
3. ປັ້ນແປ້ງເປັນວົງມົນ ແລະ ນໍາເອົາເຈ້ຍແພັກອາຫານມາແພັກໄວ້ ພັກໄວ້ອຸນຫະພູມຫ້ອງ 30ນາທີ .
4. ນໍາແປ້ງອອກມາລີ້ງເປັນແຜ່ນບາງ ເອົາກໍ້ແພັກອາຫານແພັກໄວ້ ແລະ ນໍາໄປພັກໄວ້ໃນຕູ້ເຢັນອີກ 2ຊົ່ວໂມງ.
5. ຫລັງຈາກນັ້ນນໍາແປ້ງອອກມາລິ້ງເປັນແຜ່ນບາງໆອີກຄັ້ງ ແລະ ນຳເອົາພິມທີ່ເປັນວົງກົມ ແລ້ວກົດໄປທີແປ້ງ ເທົ່ານີ້ກໍໄດ້ແປ້ງກ້ຽວຊ່າໄວ້ກິນແລ້ວ .

ຫມາຍເຫດ : ທຸກຄັ້ງທີ່ລີ້ງແປ້ງຕ້ອງໂຮຍນວນແປ້ງທຸກໆຄັ້ງເພື່ອບໍ່ໃຫ້ແປ້ງຕິດກັນ .

Want your business to be the top-listed Business in Vientiane?
Click here to claim your Sponsored Listing.

Category

Website

Address


Vientiane