GLAD

GLAD

Share

GLAD is operating under the umbrella of the international non-government organization Deutsch Laotische Gesellschaft e.V. Germany (DLG)

01/06/2026

ສຸກສັນວັນເດັກນ້ອຍສາກົນ 1 ມິຖຸນາ 2026! ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ ມຸ່ງໝັ້ນທີ່ຈະເປັນສ່ວນໜຶ່ງໃນການມອບຄວາມສຸກ, ສ້າງໂອກາດ ແລະ ສະໜັບສະໜູນທຸກໆຮອຍຍິ້ມໃຫ້ເຕີບໃຫຍ່ຢ່າງມີຄຸນນະພາບ.

Happy International Children's Day, 1st June 2026! GLAD is committed to being a part of bringing joy, creating opportunities and supporting every smile to grow with quality.

#ວັນເດັກນ້ອຍສາກົນ2026

Photos from GLAD's post 05/05/2026

ພິທີມອບ-ຮັບ ລົດໃຫຍ່ ໃຫ້ແກ່ ພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ

ໃນວັນທີ 4 ພຶດສະພາ 2026, ທີ່ພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ໄດ້ຈັດພິທີມອບ-ຮັບ ລົດໃຫຍ່ ຍີ່ຫໍ້/ລຸ້ນ Ford Ranger ຈໍານວນ 1 ຄັນ ຢ່າງເປັນທາງການ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານ.

ໃຫ້ກຽດກ່າວມອບໂດຍ ທ່ານ ນາງ ເພັດສະລິນ ຈັນທະຜາສຸກ, ຜູ້ອຳນວຍການສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ (GLAD) ແລະ ກ່າວຮັບໂດຍ ທ່ານ ສຸນີ ນາມມະບົວລີ, ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ, ໂດຍມີຄະນະຮັບຜິດຊອບໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ການມອບພາຫະນະໃນຄັ້ງນີ້ ແມ່ນສ່ວນໜຶ່ງຂອງການຮ່ວມມື ເພື່ອແນໃສ່ເພີ່ມຂີດຄວາມສາມາດໃຫ້ແກ່ພະແນກສຶກສາທິການ ແລະ ກິລາ ແຂວງ ໃນການລົງພື້ນທີ່ຕິດຕາມ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ຂອງໂຄງການຢູ່ພາຍໃນແຂວງ ໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນກວ່າເກົ່າ ໂດຍສະເພາະເຂດຫ່າງໄກສອກຫຼີກ.

ໃນໂອກາດນີ້, ທ່ານ ສຸນີ ນາມມະບົວລີ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ກັບການຊ່ວຍເຫຼືອຈາກ ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນດ້ານພາຫະນະຮັບໃຊ້ວຽກງານ ເຊິ່ງເປັນປັດໄຈສຳຄັນທີ່ຈະຊ່ວຍໃຫ້ການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ໃຫ້ບັນລຸໄດ້ຕາມຄາດໝາຍ ແລະ ເກີດປະໂຫຍດສູງສຸດແກ່ພໍ່ແມ່ປະຊາຊົນຊາວແຂວງສາລະວັນ.

Vehicle Handover Ceremony to the Salavan Provincial Department of Education and Sports

On May 4, 2026, an official ceremony was held at the Salavan Provincial Department of Education and Sports to mark the handover of one Ford Ranger pickup truck to be used for project operations.

The vehicle was officially presented by Ms. Phetsalinh Chanthaphasouk, Director of the German-Lao Association for Development (GLAD), and received by Mr. Sounee Nammaboualy, Member of the Provincial Party Committee and Head of the Salavan Provincial Department of Education and Sports. The event was attended by the project management team and relevant stakeholders as witnesses.

This vehicle handover is part of a collaborative effort aimed at strengthening the capacity of the Provincial Department of Education and Sports in conducting field visits, monitoring, and evaluating project activities throughout the province. This support will ensure greater convenience and efficiency in operations, particularly in remote and hometreach areas.

On this occasion, Mr. Sounee Nammaboualy expressed his sincere gratitude and highly commended the support from the German-Lao Association for Development. He emphasized that this vehicle is a vital asset that will enable the project to achieve its targets and deliver maximum benefits to the people of Salavan Province.

13/04/2026

ເນື່ອງໃນໂອກາດປີໃໝ່ລາວ ພ.ສ 2569, ຂໍອວຍພອນໃຫ້ທ່ານ ແລະ ຄູ່ຮ່ວມງານທັງໝົດ ຈົ່ງມີແຕ່ຄວາມສຸກ, ປະສົບຜົນສຳເລັດໃນທຸກພາລະກິດ ແລະ ຂໍຂອບໃຈທີ່ໃຫ້ຄວາມເຊື່ອໝັ້ນຮ່ວມມືກັບພວກເຮົາຕະຫຼອດມາ.

Happy Lao New Year! Wishing you and your entire team happiness and success in everything you do. We truly appreciate your trust and cooperation over the past years.

Photos from GLAD's post 02/04/2026

ໃນລະຫວ່າງວັນທີ 29-30 ມີນາ 2026 ທີ່ຜ່ານມາ, ທ່ານ ມິຊິເອວ ເດືອກ (Michael Dirkx), ຜູ້ອໍານວຍການໃຫຍ່ອົງການ Schmitz-Stiftungen (WPSS) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າຂອງ “ໂຄງການສົ່ງເສີມຜູ້ປະກອບການຂັ້ນບ້ານ ໂດຍຜ່ານການຝຶກອົບຮົມວິຊາຊີບຂັ້ນພື້ນຖານ ໄລຍະ II” ໃນພື້ນທີ່ເປົ້າໝາຍຂອງແຂວງສາລະວັນ.
ການລົງຢ້ຽມຢາມໃນຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ:
🤝 ພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ
🤝 ຫ້ອງການສຶກສາທິການ ແລະ ກິລາ ເມືອງຕະໂອ້ຍ ແລະ ເມືອງສາລະວັນ
🤝 ພ້ອມດ້ວຍອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ.
📍 ຈຸດໝາຍການລົງຢ້ຽມຢາມປະກອບມີ:
ເມືອງຕະໂອ້ຍ: ບ້ານຊຶງຕະມອງ, ບ້ານລະປຶງ ແລະ ບ້ານປະດຸ.
ເມືອງສາລະວັນ: ບ້ານນາຫວ້າ.
ການຢ້ຽມຢາມຄັ້ງນີ້ ແມ່ນການຕິດຕາມຜົນການຈັດຕັ້ງປະຕິບັດກິດຈະກຳຕົວຈິງຢູ່ພາກສະໜາມ ໂດຍສະເພາະວຽກງານການສົ່ງເສີມການປູກຝັງ/ລ້ຽງສັດ ທີ່ໄດ້ສະໜອງໃຫ້ແກ່ກຸ່ມເປົ້າໝາຍ, ການກໍ່ສ້າງບັນດາສູນການຮຽນຮູ້ຊຸມຊົນ ແລະ ການພັດທະນາພື້ນຖານໂຄງລ່າງໂດຍສະເພາະລະບົບນໍ້າໃຊ້ພາຍໃນຊຸມຊົນອີກດ້ວຍ. 🌿🐷🐔

From March 29–30, 2026, Mr. Michael Dirkx, Executive Director of Schmitz-Stiftungen (WPSS), conducted a field visit to monitor the progress of the “Promotion of Village Entrepreneurship through Basic Vocational Training Project, Phase II” in target areas of Salavan Province.
The visit received a warm welcome from:
🤝 The Salavan Provincial Education and Sports Service (PESS)
🤝 The District Education and Sports Offices (DESO) of Ta Oi and Salavan districts
🤝 Local authorities and community members.
📍 Visit Locations:
Ta Oi District: Seung-Tamong, La-Peung, and Padou villages.
Salavan District: Nawa village.
The primary objective of this mission was to monitor the implementation of field activities, specifically the crop cultivation and livestock programs provided to target groups. Additionally, the visit included an inspection of the construction of Community Learning Centers and essential infrastructure development, particularly community water supply systems. 🌿🐷🐔

#ການພັດທະນາວິຊາຊີບ #ແຂວງສາລະວັນ #ພັດທະນາຊຸມຊົນ

Want your organization to be the top-listed Government Service in Vientiane?
Click here to claim your Sponsored Listing.

Telephone

Address


Vientiane
0103

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00